ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ເປີດຂະບວນການ ແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ


     ວັນທີ 7 ທັນວາ 2023 ນີ້, ກົມ ວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ກະຊວງ ປ້ອງກັນປະເທດ ໄດ້ເປີດຂະບວນ
ການແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ ເພື່ອສ້າງຂະ ບວນການຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
( 20 ມັງກອນ 1949- 20 ມັງກອນ 2024 ), ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ
ການທະຫານ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມ ເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານແຈ້ງການ ແລະ ຄຳສັ່ງແນະນຳ ຂອງກະຊວງປ້ອງ
ກັນປະເທດ, ຄຳແນະນຳຂອງກົມໃຫຍ່ການເມືອງກອງທັບ, ຂໍ້ຕົກລົງຂອງຫົວໜ້າ ກົມ ວສ-ປສ ການທະຫານ ວ່າດ້ວຍການແຕ່ງຕັ້ງຄະນະ
ຮັບຜິດຊອບຂະບວນການ ແລະ ເປັນການຄັດເລືອກນັກກິລາ ຂອງກົມກອງກະກຽມເຂົ້າຮ່ວມແຂ່ງຂັນ ເພື່ອຊີງຂັນຫົວໜ້າກົມໃຫຍ່ເສນາ
ທິການກອງທັບ ໃນເຂດໃຈກາງທີ່ຈະຈັດຂຶ້ນໃນເດືອນ ມັງກອນ ປີ 2024 ໃຫ້ເປັນຂະບວນການຟົດຟື້ນ. ສຳລັບການແຂ່ງຂັນກິລາໃນຄັ້ງ
ນີ້ ມີ 3 ປະເພດກິລາ ຄື: ບານສົ່ງ, ເປຕັງ ແລະ ກະຕໍ້. ແຂ່ງຂັນຕາມການແບ່ງປັນເປັນສາຍໂດຍພົບກັນແບບຮອບວຽນລະຫວ່າງ 5 ຫ້ອງ
ຂຶ້ນກັບ ແລະ 3 ພະແນກການເອກະລາດ ເພື່ອຊີງຂັນ ຫົວໜ້າ ກົມ ວສ-ປສ ການທະຫານ.

     ໃນໂອກາດນີ້, ສະຫາຍຫົວໜ້າກົມ ວສ-ປສ ການທະຫານ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ຕ້ອງມີສ່ວນຮ່ວມເຮັດໃຫ້ວຽກງານທີ່ຂັ້ນ
ເທິງມອບໝາຍ ແລະ ຂະບວນການຄັ້ງນີ້ປະສົບຄວາມສຳເລັດ ສ້າງໃຫ້ຂະບວນແຂ່ງຂັນກິລາ, ສິລະປະ-ວັນນະຄະດີ ເປັນຂອງໝົດທຸກຄົນ
ພາຍໃນກົມ ແລະ ມີ ຄວາມຟົດຟື້ນມ່ວນຊື່ນ.

ແຫຼ່ງຂ່າວໂດຍ ສອນໄຊ
ວັນທີ 11/12/2023